ຄໍາວ່າ “ຈຸດ” ແມ່ນຮອຍຈໍ້າເປັນເມັດໆ ທີ່ເກີດຂຶ້ນຢູ່ທົ່ວໄປທັງໃນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ເຊັ່ນ: ຟ້າ ເປັນຈຸດຢູ່ໜ້າ, ສີດໍາເປັນຈຸດໆຢູ່ຝາເຮືອນ, ດາວແຈ້ງຫຍີບຫຍັບເປັນຈຸດທົ່ວທ້ອງຟ້າ ອື່ນໆ. “ຈຸດ” ຍັງ ໃຊ້ບອກທິດທາງ ຫຼື ບອກສະຖານທີ່ຈຸດໃດຈຸດນຶ່ງ ດັ່ງ ຈຸດເໜືອສຸດ, ຈຸດໃຕ້ສຸດ, ຈຸດໄກສຸດ, ຈຸດມໍ່ສຸດ, ຈຸດແຄບສຸດ, ຈຸດ ກວ້າງສຸດ, ຈຸດນັດພົບ, ຈຸດເລັ່ງເປົ້າ ເປັນຕົ້ນ.
https://doodido.com/%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%ba%88%e0%ba%b8%e0%ba%94-%e0%ba%81%e0%ba%b2%e0%ba%99%e0%ba%99%e0%bb%8d%e0%ba%b2%e0%bb%83%e0%ba%8a%e0%bb%89-%e0%bb%81/
|