ຊ່ວງນີ້ບໍ່ມີໃຜແລ້ວທີ່ບໍ່ຮູ້ສາມຫຼ່ຽມຄຳ ເຊິ່ງໄດ້ມີການພັດທະນາຂື້ນໄປເລື້ອຍໆ, ເວົ້າໄດ້ວ່າເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນມີບາດກ້າວພັດທະນາຕໍ່ເນື່ອງໃນແຕ່ລະວັນ ທີ່ສຳຄັນເຂດນີ້ແມ່ນຖອດແບບການກໍ່ສ້າງຂອງຈີນມາເຕັມໆ ນັບແຕ່ການຕັດຜັງເຂດ ຖະໜົນຫົນທາງ ອາຄານຕ່າງໆການປະດັບປະດາແສງສີ ເຮັດໃຫ້ຄົນທີ່ໄດ້ໄປຮອດໄປເຖິງເຫັນໄດ້ຫຼາຍມຸມໃນກາງເວັນ, ກາງຄືນຄວາມສວຍງາມທີ່ແຕກຕ່າງກັນ.
ສຳລັບໂຄງການກໍ່ສ້າງ ຕະຫຼາດວັດທະນະທຳນາໆຊາດ ຫຼື ຕະຫຼາດນ້ຳ ຂອງເຂດເສດຖະກິດເສດ ສາມຫຼ່ຽມຄຳ ເປັນໂຄງການໃໝ່ທີ່ຈະມາເພີ່ມສີສັນໃຫ້ກັບເຂດຕອນນີ້ແມ່ນສ້າງສຳເລັດໄປແລ້ວ 75 % ພວມຢູ່ລະຫວ່າງການສ້ອມແປງ ແລະ ຕົກແຕ່ງໃຫ້ຄ້າຍຄືກັບບັນຍາກາດຢູ່ຕ່າງປະເທດ.
https://doodido.com/%e0%ba%81%e0%ba%bd%e0%ba%a1%e0%ba%8a%e0%ba%bb%e0%ba%a1-%e0%bb%80%e0%ba%82%e0%ba%94%e0%bb%80%e0%ba%aa%e0%ba%94%e0%ba%96%e0%ba%b0%e0%ba%81%e0%ba%b4%e0%ba%94/
|